Monday, March 23, 2009

ເປີດໂຕ Source Cydia ສຳລັບ iPhone & iPod Touch ຂອງລາວແຫ່ງທຳອິດຂອງໂລກພັດທະນາໂດຍຄົນລາວເພື່ອຄົນລາວ

ຫຼັງຈາກທີ່ໂຕຂ້າພະເຈົ້າເອງໄດ້ງົມງວຍ,ງົມງາຍ,ງົມເຮັດກ່ຽວກັບການສ້າງ Repo ໃຫ້ນ້ອງໄອຂອງຂ້າພະເຈົ້າມາດົນເຕີບປະມານ ໒ ເດືອນນີ້ແລະກໍ່ມາຮອດມື້ທີ່ຂ້າພະເຈົ້າມີຄວາມສຸກທີ່ສຸດເພາະສິ່ງທີ່ຂ້າພະເຈົ້າຕັ້ງໃຈພັດທະນາມັນກໍ່ສຳເລັດຈົນໄດ້. ທີ່ຂ້າພະເຈົ້າຕ້ອງການສ້າງສິ່ງນີ້ຂຶ້ນມາຍ້ອນວ່າຂ້າພະເຈົ້າເຫັນ Source Cydia ຂອງຕ່າງປະເທດທີ່ມີແພັກເກັດຂອງປະເທດເຂົາຢູ່ເລີຍເອະໃຈຂຶ້ນມາວ່າ “ເອະ ເປັນຫຍັງລາວເຮົາຄືບໍ່ມີຈັ່ງຊັ້ນແດ່ຫວະ” ຂ້າພະເຈົ້າກະເລີຍໄດ້ສຶກສາແລະກໍ່ເລີ່ມລົງມືສ້າງມັນຂຶ້ນມາເຊິ່ງໃນລະຫວ່າງທີ່ສ້າງຂຶ້ນມາກໍ່ປະສົບກັບບັນຫາຕ່າງໆນາໆຈົນບາງເທື່ອກໍ່ເຣັດໃຫ້ໂຕຂອງຂ້າພະເຈົ້າເອງທໍ້ໄປກັບມັນແຕ່ຂ້າພະເຈົ້າກໍ່ບໍ່ຍອມມັນງ່າຍໆ(ກິນເບຍເມົາໆມື້ມັນມີບັນຫາລະກະໄປນອນ)ແລ້ວກໍ່ຕື່ນມາກະສູ້ກັບມັນໃໝ່ ສູ້ມັນມາຈົນມາຮອດມື້ນີ້ມື້ທີ່ມັນແລ້ວນີ້ລະ ແລະອີກເຫດຜົນທີ່ສ້າງສິ່ງນີ້ຂຶ້ນມາກໍ່ຢາກໃຫ້ອ້າຍເອື້ອຍນ້ອງຄົນລາວຂອງເຮົາທຸກຄົນຫຼືຄົນຕ່າງປະເທດບໍ່ວ່າຈະຢູ່ສ່ວນໃດຂອງໂລກກໍ່ສາມາດຕິດຕັ້ງແພັກເກັດທີ່ເປັນຂອງຄົນລາວເຮົາເຮັດທີ່ມີທັ້ງຟ້ອນລາວ, ຄີບອດພາສາລາວ, ແຄັກແອັບ ແລະອີກຕ່າງໆທີ່ຈະມາໃນຂ້າງໜ້ານີ້ຕື່ມອີກ. ພຽງແຕ່ທ່ານມີ iPhone & iPod Touch ທີ່ Jailbreak ແລະມີໂປຣແກມ Cydia ທ່ານກໍ່ສາມາດທີ່ຈະແອັດ Source ໂຕນີ້ເຂົ້າໄປແລ້ວກໍ່ລົງໂປຣແກມຕ່າງໆໄດ້ແລ້ວເນາະ.

ຫຼັງຈາກທີ່ຟັງຂ້າພະເຈົ້າຈົ່ມຖຸກຈົ່ມຍາກກັບມັນມາຫຼາຍລະກະມາເລີ່ມເຂົ້າພິທີເລີຍເນາະ

ເລີ່ມຈາກເປີດໂປຣແກມ Cydia ຂຶ້ນມາ


ກໍ່ປະມັນໂຫຼດໄປຕາມປົກກະຕິມັນຫັ້ນແຫຼະເນາະ

ເມື່ອມັນໂຫຼດແລ້ວລະກໍ່ກົດມາທີ່ Manage ແລ້ວກໍ່ກົດຕໍ່ທີ່ Sources


ເມື່ອເຂົ້າມາໜ້າ Sources ແລ້ວກໍ່ກົດໃສ່ Edit ແລ້ວກໍ່ Add



ແລ້ວກໍ່ພິມໃສ່ http://istorelao.net84.net/cydia


ແລ້ວກໍ່ກົດໃສ່ Add Source ປະມັນໂຫຼດ Source ເມື່ອມັນໂຫຼດແລ້ວລະກະເປັນວ່າອັນຈົບ

ຕໍ່ຈາກນັ້ນທ່ານກໍ່ສາມາດມາເບິ່ງແພັກເກັດໄດ້ທີ່ໜ້າ Section=> Lao Dev ຫຼືວ່າ Change ເລີຍກໍ່ໄດ້ເນາະ



ບາດນີ້ຢາກລົງແພັກເກັດພາສາລາວຫຼືວ່າແຄັກແອັບຕ່າງໆກະເລືອກລົງຕາມໃຈໂລດເນາະ

ໃນອະນາຄົດກໍ່ຈະມີແພັກເກັດຕ່າງໆຖະຍອຍມາໃຫ້ເນາະ

ມາຮອດສຸດທ້າຍນິກະຂໍຂອບໃຈສຳລັບພໍ່ແມ່ທີ່ໃຫ້ເກີດມາແລ້ວກໍ່ຈ້າງໃຫ້ຮຳ່ໃຫ້ຮຽນຈົນເຮັດບາງສິ່ງບາງຢ່າງຂຶ້ນມາໄດ້ແລ້ວກໍ່ຂອບໃຈສຳລັບ Free Host 000webhost ສຳລັບ Host ດີໆຂອງເພິ່ນເນາະ.

ຈົບແລ້ວ

*ສຳລັບທ່ານໃດທີ່ຕ້ອງການລົງຄີບອດພາສາລາວທ່ານຕ້ອງຕິດຕ້ອງໂປຣແກມ iKeyEx version 0.1-4 ຂຶ້ນໄປກ່ອນເດີ້
ຂຽນໂດຍ ເດດ aka deth_laoteen

1 comment:

Anonymous said...

lao iphone keyboard. does it work with the firmware 3.0?