Monday, March 23, 2009

ເປີດໂຕ Source Cydia ສຳລັບ iPhone & iPod Touch ຂອງລາວແຫ່ງທຳອິດຂອງໂລກພັດທະນາໂດຍຄົນລາວເພື່ອຄົນລາວ

ຫຼັງຈາກທີ່ໂຕຂ້າພະເຈົ້າເອງໄດ້ງົມງວຍ,ງົມງາຍ,ງົມເຮັດກ່ຽວກັບການສ້າງ Repo ໃຫ້ນ້ອງໄອຂອງຂ້າພະເຈົ້າມາດົນເຕີບປະມານ ໒ ເດືອນນີ້ແລະກໍ່ມາຮອດມື້ທີ່ຂ້າພະເຈົ້າມີຄວາມສຸກທີ່ສຸດເພາະສິ່ງທີ່ຂ້າພະເຈົ້າຕັ້ງໃຈພັດທະນາມັນກໍ່ສຳເລັດຈົນໄດ້. ທີ່ຂ້າພະເຈົ້າຕ້ອງການສ້າງສິ່ງນີ້ຂຶ້ນມາຍ້ອນວ່າຂ້າພະເຈົ້າເຫັນ Source Cydia ຂອງຕ່າງປະເທດທີ່ມີແພັກເກັດຂອງປະເທດເຂົາຢູ່ເລີຍເອະໃຈຂຶ້ນມາວ່າ “ເອະ ເປັນຫຍັງລາວເຮົາຄືບໍ່ມີຈັ່ງຊັ້ນແດ່ຫວະ” ຂ້າພະເຈົ້າກະເລີຍໄດ້ສຶກສາແລະກໍ່ເລີ່ມລົງມືສ້າງມັນຂຶ້ນມາເຊິ່ງໃນລະຫວ່າງທີ່ສ້າງຂຶ້ນມາກໍ່ປະສົບກັບບັນຫາຕ່າງໆນາໆຈົນບາງເທື່ອກໍ່ເຣັດໃຫ້ໂຕຂອງຂ້າພະເຈົ້າເອງທໍ້ໄປກັບມັນແຕ່ຂ້າພະເຈົ້າກໍ່ບໍ່ຍອມມັນງ່າຍໆ(ກິນເບຍເມົາໆມື້ມັນມີບັນຫາລະກະໄປນອນ)ແລ້ວກໍ່ຕື່ນມາກະສູ້ກັບມັນໃໝ່ ສູ້ມັນມາຈົນມາຮອດມື້ນີ້ມື້ທີ່ມັນແລ້ວນີ້ລະ ແລະອີກເຫດຜົນທີ່ສ້າງສິ່ງນີ້ຂຶ້ນມາກໍ່ຢາກໃຫ້ອ້າຍເອື້ອຍນ້ອງຄົນລາວຂອງເຮົາທຸກຄົນຫຼືຄົນຕ່າງປະເທດບໍ່ວ່າຈະຢູ່ສ່ວນໃດຂອງໂລກກໍ່ສາມາດຕິດຕັ້ງແພັກເກັດທີ່ເປັນຂອງຄົນລາວເຮົາເຮັດທີ່ມີທັ້ງຟ້ອນລາວ, ຄີບອດພາສາລາວ, ແຄັກແອັບ ແລະອີກຕ່າງໆທີ່ຈະມາໃນຂ້າງໜ້ານີ້ຕື່ມອີກ. ພຽງແຕ່ທ່ານມີ iPhone & iPod Touch ທີ່ Jailbreak ແລະມີໂປຣແກມ Cydia ທ່ານກໍ່ສາມາດທີ່ຈະແອັດ Source ໂຕນີ້ເຂົ້າໄປແລ້ວກໍ່ລົງໂປຣແກມຕ່າງໆໄດ້ແລ້ວເນາະ.

ຫຼັງຈາກທີ່ຟັງຂ້າພະເຈົ້າຈົ່ມຖຸກຈົ່ມຍາກກັບມັນມາຫຼາຍລະກະມາເລີ່ມເຂົ້າພິທີເລີຍເນາະ

ເລີ່ມຈາກເປີດໂປຣແກມ Cydia ຂຶ້ນມາ


ກໍ່ປະມັນໂຫຼດໄປຕາມປົກກະຕິມັນຫັ້ນແຫຼະເນາະ

ເມື່ອມັນໂຫຼດແລ້ວລະກໍ່ກົດມາທີ່ Manage ແລ້ວກໍ່ກົດຕໍ່ທີ່ Sources


ເມື່ອເຂົ້າມາໜ້າ Sources ແລ້ວກໍ່ກົດໃສ່ Edit ແລ້ວກໍ່ Add



ແລ້ວກໍ່ພິມໃສ່ http://istorelao.net84.net/cydia


ແລ້ວກໍ່ກົດໃສ່ Add Source ປະມັນໂຫຼດ Source ເມື່ອມັນໂຫຼດແລ້ວລະກະເປັນວ່າອັນຈົບ

ຕໍ່ຈາກນັ້ນທ່ານກໍ່ສາມາດມາເບິ່ງແພັກເກັດໄດ້ທີ່ໜ້າ Section=> Lao Dev ຫຼືວ່າ Change ເລີຍກໍ່ໄດ້ເນາະ



ບາດນີ້ຢາກລົງແພັກເກັດພາສາລາວຫຼືວ່າແຄັກແອັບຕ່າງໆກະເລືອກລົງຕາມໃຈໂລດເນາະ

ໃນອະນາຄົດກໍ່ຈະມີແພັກເກັດຕ່າງໆຖະຍອຍມາໃຫ້ເນາະ

ມາຮອດສຸດທ້າຍນິກະຂໍຂອບໃຈສຳລັບພໍ່ແມ່ທີ່ໃຫ້ເກີດມາແລ້ວກໍ່ຈ້າງໃຫ້ຮຳ່ໃຫ້ຮຽນຈົນເຮັດບາງສິ່ງບາງຢ່າງຂຶ້ນມາໄດ້ແລ້ວກໍ່ຂອບໃຈສຳລັບ Free Host 000webhost ສຳລັບ Host ດີໆຂອງເພິ່ນເນາະ.

ຈົບແລ້ວ

*ສຳລັບທ່ານໃດທີ່ຕ້ອງການລົງຄີບອດພາສາລາວທ່ານຕ້ອງຕິດຕ້ອງໂປຣແກມ iKeyEx version 0.1-4 ຂຶ້ນໄປກ່ອນເດີ້
ຂຽນໂດຍ ເດດ aka deth_laoteen

Monday, March 16, 2009

How to Install Leopard On Your PC By Using Kalyway 10.5.2

ມື້ນິກະຊິຂຽນກ່ຽວກັບການລົງ OS ຂອງ Mac ໃຫ້ກັບ PC ເນາະ
Step By Step With Picture
ເຂົ້າເລື່ອງເລີຍບໍ່ເວົ້າຢາວ

1.ທຳອິດສຸດໆກະຕ້ອງແມ່ນໂຫຼດໄຟລມາກ່ອນເດີ້

ເປັນໄຟລທໍ່ເລັ້ນ
ຂະໜາດ : 3.66 GB
[url=http://torrents.thepiratebay.org/4122511/Kalyway_Leopard_10.5.2_DVD_Intel_Amd.4122511.TPB.torrent]ໂຫຼດທີ່ນີ້[/url]
ແລ້ວກະມັນຂຽນລົງດີວີດີ
ຫຼືຖ້າຂີ້ຄ້ານໂຫຼດກະມາຊື້ນຳເຣົາກະໄດ້ເນາະຂາຍໃຫ້ 15000 ກີບ+ປົກ

ແລ້ວກະໄປສຶກສາເລື່ອງ hardware ຂອງທ່ານວ່າມັນຊິ support ບໍ່ທີ່
[url]http://wiki.osx86project.org/wiki/index.php/Main_Page[/url]

Hardware ທີ່ໃຊ້ໃນບົດນີ້ແມ່ນ

Mainboard : Asus P5VD2-X
CPU : Intel Pentium D @ 3.2 Ghz
VGA : Nvidia gefore 7300GS
RAM : Kingston 2*1GB Bus 533Ghz

2.ຫຼັງຈາກໄດ້ແຜ່ນມາລະເຮົາກະໄປປັບ Bios ໃຫ້ມັນບູດຈາກ DVD Drive (ຕ້ອງແມ່ນ DVD Drive ເພາະ CD Drive ບໍ່ມີຄວາມໝາຍອີຫຼີງານນີ້)

ດຽວຈະອັບຮູບການປັບ Bios ຂອງເຣົາມາໃຫ້ເບິ່ງ

3.ຫຼັງຈາກປັບໃຫ້ບູດຈາກ DVD Drive ເຮົາກໍ່ຈະເຫັນປ໋ອບອັບຂຶ້ນມາຈາກແຜ່ນດັ່ງຮູບ ໃຫ້ເຮົາກົດ F8 ແລ້ວຕາມດ້ວຍການພິມ -f ໃສ່ເພື່ອໃຫ້ເພິ່ນໂຫຼດໄດເວີ້ຈາກແຜ່ນໃຫ້ມັນຄົບຖ້ວນເນາະ ແລ້ວກົດ Enter
[URL=http://img.laoupload.com/viewer.php?file=fo7yesw7g3h15r5sm1to.jpg][IMG]http://img.laoupload.com/images/fo7yesw7g3h15r5sm1to_thumb.jpg[/IMG][/URL]
ອາດຈະໃຊ້ເວລານ້ອຍໜຶ່ງ

ຫຼັງຈາກທີ່ພິມແລ້ວກົດ Enter ໄປແລ້ວມັນກໍ່ຈະມີໂຕໜັງສືແລ່ນວຶບໆຢູ່ໜ້າຈໍຂອງທ່ານດັ່ງຮູບ
[URL=http://img.laoupload.com/viewer.php?file=3c0msexu4olc2e29kmz.jpg][IMG]http://img.laoupload.com/images/3c0msexu4olc2e29kmz_thumb.jpg[/IMG][/URL]

ຫຼັງຈາກມັນໂຫຼດແລ້ວລະມັນກະຈະເຂົ້າໄປອີກໜ້າໜຶ່ງເພື່ອໂຫຼດເບິ່ງຂໍ້ມູນຢູ່ຄອມເຮົາ
[URL=http://img.laoupload.com/viewer.php?file=85c5fj83d1x0z8rh305d.jpg][IMG]http://img.laoupload.com/images/85c5fj83d1x0z8rh305d_thumb.jpg[/IMG][/URL]

ເມື່ອໂຫຼດຄົບໝົດທຸກອັນແລ້ວມັນກໍ່ຈະເຂົ້າມາໜ້າໃຫ້ເລືອກພາສາ ໃຜທີ່ຖະນັດພາສາໃດກະເລືອກໄດ້ຕາມທີ່ເພິ່ນມີມາໃຫ້ແຫຼະເນາະແຕ່ຂ້າພະເຈົ້າຂໍໃຊ້ເປັນພາສາອັງກິດ
[URL=http://img.laoupload.com/viewer.php?file=oo5usi03y57oj96iwpc.jpg][IMG]http://img.laoupload.com/images/oo5usi03y57oj96iwpc_thumb.jpg[/IMG][/URL]

ເມື່ອເລືອກພາສາແລ້ວມັນກໍ່ຈະໂຫຼດ
[URL=http://img.laoupload.com/viewer.php?file=y5opm01infm7m2mk09u.jpg][IMG]http://img.laoupload.com/images/y5opm01infm7m2mk09u_thumb.jpg[/IMG][/URL]

ແລ້ວກະເຂົ້າມາໜ້າ Welcome ຂອງ Kalyway
ເມື່ອມາຮອດຈຸດນີ້ [color=Red]ຫ້າມກົດໄປ Continue ເທື່ອເນາະ [/color]
[URL=http://img.laoupload.com/viewer.php?file=swe30r1z2i7pxbx2uec5.jpg][IMG]http://img.laoupload.com/images/swe30r1z2i7pxbx2uec5_thumb.jpg[/IMG][/URL]

ໃຫ້ທ່ານໄປທີ່ ທາງເທິງສຸດຂອງຈໍທ່ານແລ້ວຄິກໃສ່ທີ່ Utilities=>Disk Utility ເພື່ອທຳການສ້າງ Partition ຂອງ Mac OS ກ່ອນເນາະ
[URL=http://img.laoupload.com/viewer.php?file=gunmc8hu6rb1hfpa5e.jpg][IMG]http://img.laoupload.com/images/gunmc8hu6rb1hfpa5e_thumb.jpg[/IMG][/URL]

ເມື່ອທ່ານເຂົ້າມາລະທ່ານກໍ່ຈະເຫັນແທບ Drive ຕ່າງໆຂອງຄອມທ່ານ
[URL=http://img.laoupload.com/viewer.php?file=te057dbtozum8qynmjw2.jpg][IMG]http://img.laoupload.com/images/te057dbtozum8qynmjw2_thumb.jpg[/IMG][/URL]

ໃຫ້ທ່ານເລືອກໃສ່ Drive HardDisk ທີ່ທ່ານຕ້ອງການລົງ Kalyway ໃສ່ແລ້ວກົດໄປໃສ່ທີ່ Erase
[URL=http://img.laoupload.com/viewer.php?file=c9egv4rqgsizltoor6.jpg][IMG]http://img.laoupload.com/images/c9egv4rqgsizltoor6_thumb.jpg[/IMG][/URL]

ເມື່ອມາຮອດນີ້ແລ້ວກະໃຫ້ທ່ານເລືກໃສ່ຕາມຮູບເນາະ ສຳລັບ Name ທ່ານສາມາດໃສ່ຫຍັງກະໄດ້ຕາມໃຈທ່ານ ມັນແມ່ນ Drive HardDisk ຂອງທ່ານ ໃນນີ້ຂໍໃສ່ວ່າ Kalyway ກໍ່ແລ້ວກັນເນາະ
[URL=http://img.laoupload.com/viewer.php?file=hvvuj2dxmu6fe3mzacol.jpg][IMG]http://img.laoupload.com/images/hvvuj2dxmu6fe3mzacol_thumb.jpg[/IMG][/URL]

ເມື່ອມັນ Erase ແລ້ວລະກະໃຫ້ອອກຈາກ Disk Utility ແລ້ວມັນຈະກັບມາໜ້າ Welcome ຂອງ Kalyway ອີກເທື່ອໜຶ່ງເນາະ
[URL=http://img.laoupload.com/viewer.php?file=swe30r1z2i7pxbx2uec5.jpg][IMG]http://img.laoupload.com/images/swe30r1z2i7pxbx2uec5_thumb.jpg[/IMG][/URL]

ໃຫ້ທ່ານກົດໄປທີ່ Continue ໄດ້ເລີຍບາດນິ
[URL=http://img.laoupload.com/viewer.php?file=o117oh8curytexgcr13d.jpg][IMG]http://img.laoupload.com/images/o117oh8curytexgcr13d_thumb.jpg[/IMG][/URL]

ແລ້ວກົດ Agree ຢູ່ໜ້າຕໍ່ມາ
[URL=http://img.laoupload.com/viewer.php?file=tnto8pccs3ukolwzrfa6.jpg][IMG]http://img.laoupload.com/images/tnto8pccs3ukolwzrfa6_thumb.jpg[/IMG][/URL]

ເລືອກ HardDisk ທີ່ທ່ານ Eraseໄວ້ກ່ອນໜ້ານີ້ ຂອງຂ້າພະເຈົ້າແມ່ນ Kalyway ເນາະ ແລ້ວກະກົດ Continue ຕໍ່
[URL=http://img.laoupload.com/viewer.php?file=2k8zp7u2shi7oljvetd.jpg][IMG]http://img.laoupload.com/images/2k8zp7u2shi7oljvetd_thumb.jpg[/IMG][/URL]

ຈາກນັ້ນກໍ່ຈະມີໜ້າຈໍນີ້ຂຶ້ນມາ
[URL=http://img.laoupload.com/viewer.php?file=qyt9lcwjyxr14izj4lhj.jpg][IMG]http://img.laoupload.com/images/qyt9lcwjyxr14izj4lhj_thumb.jpg[/IMG][/URL]

ໃຫ້ທ່ານກົດໃສ່ Customize
[URL=http://img.laoupload.com/viewer.php?file=q56ds14f4ua5hetmdsw6.jpg][IMG]http://img.laoupload.com/images/q56ds14f4ua5hetmdsw6_thumb.jpg[/IMG][/URL]

ແລ້ວໃຫ້ທ່ານເລືອກ Package Driver ທີ່ທ່ານຄິດວ່າຕົງກັບສະເປັກຄອມຂອງທ່ານ
[color=Red]ຖ້າໂຕໃດມັນເລືອກມາໃຫ້ແລ້ວ ທ່ານບໍ່ຕ້ອງໄປກວນຫຍັງມັນອີກກະໄດ້[/color]
[URL=http://img.laoupload.com/viewer.php?file=p6t2tz1qdylh7w1rh39r.jpg][IMG]http://img.laoupload.com/images/p6t2tz1qdylh7w1rh39r_thumb.jpg[/IMG][/URL]
ຂອງຂ້າພະເຈົ້ານີ້ສັງ
ເກດໄດ້ວ່າມັນເລືອກມາໃຫ້ໝົດແລ້ວເລືອກແຕ່ກາດຈໍ ຂ້າພະເຈົ້າຄິກເຂົ້າໄປທີ່ Graphics_Driver=>Nvidia=>NVinject[color=Red]256[/color] ທີ່ຂ້າພະເຈົ້າເລືອກໂຕນີ້ກໍ່ເພາະວ່າ ກາດຈໍຂອງຂ້າພະເຈົ້າແມ່ນ Nvidia 7300GS [color=Red]256[/color]MB

ພໍເລືອກແລ້ວລະກະໃຫ້ກົດ Done ແລ້ວກະກັບມາໜ້າ Install
ໃຫ້ທ່ານກົດໃສ່ Install ເລີຍເນາະບາດນິ
[URL=http://img.laoupload.com/viewer.php?file=qyt9lcwjyxr14izj4lhj.jpg][IMG]http://img.laoupload.com/images/qyt9lcwjyxr14izj4lhj_thumb.jpg[/IMG][/URL]

ຫຼັງຈາກກົດ Install ເພິ່ນກະຊິກວດເຊັກເບິ່ງ Disc ຂອງທ່ານ
[color=Red]ຫ້າມ Skip ມັນເນາະຂັ້ນຕອນນີ້ [/color]
[URL=http://img.laoupload.com/viewer.php?file=btyv1tkqkjblix5c9yue.jpg][IMG]http://img.laoupload.com/images/btyv1tkqkjblix5c9yue_thumb.jpg[/IMG][/URL]

ຫຼັງຈາກເພິ່ນ Verify Disc ເຣົາແລ້ວລະເພິ່ນກະຊິເລີ່ມ Install ລົງ Drive HardDisk ທີ່ເຮົາກະກຽມໄວ້
[URL=http://img.laoupload.com/viewer.php?file=y40p2p6ojcggvk1diklo.jpg][IMG]http://img.laoupload.com/images/y40p2p6ojcggvk1diklo_thumb.jpg[/IMG][/URL]
[color=Red]ປ.ລ. ຕອນນີ້ແມ່ນຕອນທີ່ໃຊ້ເວລາດົນທີ່ສຸດ ແນະນຳໃຫ້ໄປເຮັດອັນອື່ນຖ້າ
ເຊັ່ນ ນອນລະກະໂທລົມສາວ ອິອິ[/color]

ແຫຼະເມື່ອເພິ່ນ Install ແລ້ວລະເພິ່ນກະຊິ Restart ຄອມເຣົາແລ້ວພາເຣົາເຂົ້າສູ່ໂລກຂອງແມ໋ກນັ້ນເອງ
[URL=http://img.laoupload.com/viewer.php?file=ws35li772ubcuskqzwhx.jpg][IMG]http://img.laoupload.com/images/ws35li772ubcuskqzwhx_thumb.jpg[/IMG][/URL]
ນອນຫຼັບປະຕອນນີ້ບໍ່ໄດ້ຖ່າຍຮູບ ແຕ່ໄປຊອກເອົາຮູບຕອນແລ້ວລະມາໃຫ້ເບິ່ງ

[flash]http://www.youtube.com/v/q6yW-mo-_t4[/flash]
ວິດີໂອຕ້ອນຣັບເພິ່ຈັ່ງແມ່ນມັນອະລັງການ

ຫຼັງຈາກໄດ້ຮັບຊົມວິດີໂອຕ້ອນຣັບທີ່ອະລັງການຂອງເພິ່ນແລ້ວກໍ່ຈະເຂົ້າມາໜ້າ Welcome ຂອງApple ລະເນາະບາດນີ້

[color=YellowGreen](ດຽວມື້ໜ້າຈເອົາຮູບມາເພີ່ເຕີມໃຫ້ໃນສ່ວນນີ້)[/color]
ໃຫ້ເຮົາຄິກໃສ່ show all ທີ່ໜ້າ Country or Region
ແລ້ວເຮົາກະເລືອກໃສ່ Lao' People democra ຫຍັງສັກຢ່າງຈື່ບໍ່ໄດ້
ແລ້ວກະກົດໃສ່ Continue ຕາມເຄີຍ

ແລ້ວບາດນີ້ເພິ່ນກະຈະມີໜ້າຄີບອດມາໃຫ້ເລືອກ
ໃຫ້ເຮົາກົດ Continue ໄປເລີຍກະໄດ້ເພາະຍັງບໍ່ມີຄີບອດແບບ Built-in ມາໃຫ້ເທື່ອ T-T
ຫຼືທ່ານໃດທີ່ຢາກໄດ້ຄີບອດໄທກະໃຫ້ຄິກໃສ່ show all ລະກະເລືອກເອົາຄີບອດໄທຫັ້ນ
[URL=http://img.laoupload.com/viewer.php?file=2f71ole512gp4b96aw4c.jpg][IMG]http://img.laoupload.com/images/2f71ole512gp4b96aw4c_thumb.jpg[/IMG][/URL]

ບາດນີ້ເພິ່ນກະຊິຖາມເຮົາວ່າ
Would you like to transfer your information ?
ກະຄິກຕອບໃສ່ອັນສຸດທ້າຍລະກະກົດໃສ່ Continue
[URL=http://img.laoupload.com/viewer.php?file=wcyt3ociernoaxp92pu.jpg][IMG]http://img.laoupload.com/images/wcyt3ociernoaxp92pu_thumb.jpg[/IMG][/URL]

ລະກໍ່ຈະມີຄຳຖາມມາອີກສຳລັບໃຜທີ່ບໍ່ໄດ້ຕໍ່ສາຍແລນຫຼືຕໍ່ເນັດ
ກະໃຫ້ຕອບຕາມຮູບລະກະ Continue
[URL=http://img.laoupload.com/viewer.php?file=mj06vnrn4an6ecwzje66.jpg][IMG]http://img.laoupload.com/images/mj06vnrn4an6ecwzje66_thumb.jpg[/IMG][/URL]


ຖ້າໃຜເຈີອີກຄຳຖາມນີ້ກະຕອບໄປຕາມໃຈຂອງທ່ານເລີຍ
[URL=http://img.laoupload.com/viewer.php?file=fv14h6tfkt490myholg.jpg][IMG]http://img.laoupload.com/images/fv14h6tfkt490myholg_thumb.jpg[/IMG][/URL]

ແລ້ວກໍ່ຈະມາຮອດຕອນສ້າງ Account
ກະໃຫ້ທ່ານພິມຕາມໃຈ ຖ້າຢາກໃສ່ພາສເວີດກະໃສ່ ຖ້າບໍ່ຢາກໃສ່ກະປະວ່າງໄວ້
[URL=http://img.laoupload.com/viewer.php?file=jvz2mdgn0bm0axjcvgb9.jpg][IMG]http://img.laoupload.com/images/jvz2mdgn0bm0axjcvgb9_thumb.jpg[/IMG][/URL]


ເມື່ອແລ້ວລະກໍ່ຈະມີມາໃຫ້ເຊັດເວລາແລະວັນທີ
ກະໃຫ້ທ່ານເລືອກໄປທີ່ Bangkok ເພາະວ່າມັນບໍ່ມີ Laos or Vientiane ຂອງເກົ່າ
[URL=http://img.laoupload.com/viewer.php?file=2y8pm0c8zfitmj2tuhwp.jpg][IMG]http://img.laoupload.com/images/2y8pm0c8zfitmj2tuhwp_thumb.jpg[/IMG][/URL]


ແລ້ວກະຕັ້ງໂມງໃຫ້ມັນຖືກເດີ້ ດຽວວ່າໄປພົບກິ໋ກຜິດໂມງຍ້ອນເຮົາມັນບໍ່ແມ່ນໄດ
[URL=http://img.laoupload.com/viewer.php?file=jxkml3l6ztcs7uennxw.jpg][IMG]http://img.laoupload.com/images/jxkml3l6ztcs7uennxw_thumb.jpg[/IMG][/URL]

ແລະແລ້ວກໍ່ເຂົ້າມາສູ່ ແຕນ ແຕນ ແຕນ ແຕນ ແຕນ........
[URL=http://img.laoupload.com/viewer.php?file=onkvrcicfoqb3vmex8q.jpg][IMG]http://img.laoupload.com/images/onkvrcicfoqb3vmex8q_thumb.jpg[/IMG][/URL]

ໜ້າ Desktop ອັນສວຍງາມນີ້ເອງ
ແຖມດ້ວຍຮູບນີ້ Mac Info
[URL=http://img.laoupload.com/viewer.php?file=8hwjgjkkjbxa9m2o61m.jpg][IMG]http://img.laoupload.com/images/8hwjgjkkjbxa9m2o61m_thumb.jpg[/IMG][/URL]

ຫວັງວ່າບົດຄວາມນີ້ຊິເປັນປະໂຫຍດແກ່ອ້າຍເອື້ອຍນ້ອງຊາວໄອທີເຮົາໝົດທຸກຄົນເນາະ
ຂຽນ ຮຽບຮຽບ ຮູບພາບ ໂດຍ deth_laoteen

Friday, March 6, 2009

ຕ້ອງການໂອນກຳມະສິດເນັດ ADSL Laotel 256kbps

ຕ້ອງການໂອນກຳມະສິດເນັດ ADSL Laotel 256kbps ເດືອນລະ 450.000ກີບ ເຫຼືອ 6 ເດືອນ


ຄ່າບໍລິການຂອງລາວເທເລຄອມ
ຄ່າບໍລິການທີ່ຈ່າຍລ່ວງໜ້າ (ກີບ/ເດືອນ)
ປະເພດບໍລິການ ຄ່າສະໝັກ 1 ເດືອນ 6ເດືອນ 12ເດືອນ

256/128Kbps
Free of Charge 750,000 kip 650,000 kip 500,000 kip

512/256Kbps
Free of Charge 1,500,000 kip 1,350,000 kip 1,200,000 kip

ສັງເກດຈາກຄ່າບໍລິການທາງເທິງລະ ທ່ານຊິໄດ້ປະຫຍັດເງິນໄປຫຼາຍເຕີບ
ເຫດຜົນທີ່ຕ້ອງການໂອນໄປເພາະ ຮ້ອນເງິນເພາະບໍ່ມີເງິນຊື້ເບຍກິນ ເຮີໆ

ເອົາ Speed Test ມາໃຫ້ເບິ່ງ



ສົນໃຈຕິດຕໍ່ມາຫຼັງໄມ

Thursday, March 5, 2009

ພັກ Cydia Project ໄວ້ກ່ອນ

ເນື່ອງຈາກວ່າມີ Project ພາສາ C ຢູ່ໂຮງຮຽນທີ່ຈະສົ່ງອາຈານເດືອນໜ້າ
ເລີຍຊິໄດ້ພັກ Cydia Project ໄວ້ກ່ອນ
ແຕ່ຖ້າມີເວລາທັນມື້ໃດກະຊິມາແກ້ໄຂໃຫ້ມັນສຳເລັດ

ເອົາໜ້າຕາ Project ພາສາ C ມາໃຫ້ເບິ່ງ

fwbh4w31fdzm4ji00a.png

Tuesday, February 17, 2009

Lao Keyboard 4 Row for iPhone 2.x.x




ສຸດທ້າຍເຮົາກະມີຄີບອດພາສາລາວ ໔ ແຖວມາໃຊ້ນຳເພິ່ນແລ້ວ
ຍັງບໍ່ທັນແລ້ວແທື່ອ ກຳລັງເຮັດແບບແນວນອນຢູ່

Update 3:55AM 18/Feb/09

ແລະແລ້ວມັນກໍ່ມາຈົນໄດ້